ພາສານາຮວດ
Jump to navigation
Jump to search
ໝາກສີດາ ແມ່ນພາສາລາວແທ້ ຊີ້ບອກຊື່ຂອງໝາກໄມ້ສະນິດໜຶ່ງທີ່ມັກເກີດຢູ່ຕາມໝູ່ບ້ານທົ່ວໆໄປ,ຕົ້ນສູງປະມານສອງສາມແມັດ, ເປືອກຂອງຕົ້ນເປັນສີເຫລືອງແຫ້ມ, ກ້ຽງ,ໃບສີຂຽວມີລາຍດູກເປັນແຊກ,ຍາວປະມານ8-10ຊມ,ເກີດດອກເປັນສີຂາວ ມີເກສອນ ຊ້ອງອອກມາເປັນຫຍຸ່ມ,ດອກບານປະມານ3ອາທິດຈະປະກົດເຫັນໜ່ວຍນ້ອຍເກີດຂຶ້ນເປັນສີຂຽວ ມີຂວັ້ນຕິດກັບງ່າ, ດອກຕິດຫ້ອຍຢູ່ທາງກົ້ນ ຂອງໝາກເມື່ອປະມານ2-3 ເດືອນດອກຄ່ອຍຂຸອອກຈາກກົ້ນຂອງໝາກ. ປະມານ 4 ເດືອນເລີ່ມແຕ່ມື້ດອກຂຸອອກ ໝາກສີດາຈະເລີ່ມປ່ຽນສີຈາກຂຽວມາເປັນສີເຫລືອງ (ເອີ້ນວ່າໝາກ ສີດາເລີ່ມສຸກເຫີ່ມ).ເວລາຍັງຂຽວສົດ ໝາກສີດາມີລົດສົ້ມ-ຝາດ, ເວລາສຸກເຫລືອງຈະມີລົດຫວານ,ກິ່ນຫອມ. ລະດູການເກີດດອກອອກຜົນແມ່ນ ຊ່ວງຫລັງຫວິດຝົນຮອດເດືອນ ສີ່ສາກົນ.ໝາກສີດາເປັນໝາກໄມ້ທີ່ໜ້າແຊບ, ອາດນຳໃຊ້ເປັນອາຫານເສີມຫລັງພາເຂົ້າ. ໃບສີດາຊາວບ້ານຍັງໃຊ້ເປັນຢາພື້ນເມືອງແກ້ໂລກຖອກທ້ອງ.