ຂ່າ

ຈາກ Wiktionary

ຂ່າ

ພາສາລາວ[ແກ້ໄຂ]

I. ຂ່າ. ຊຶ່ວິທະຍາສາດ: Alpinia nigra (Gaertn.) Burtt ວົງ: Zingiberaceae ຊຶ່ສາມັນ: Ginger ຊຶ່ຕາມທ້ອງຖິ່ນ: ຂ່າຕົ້ນ, ຂ່າຫລວງ, ຂ່າຫຍວກ. 1. ລັກສະນະຂອງຂ່າ.

- ຮາກຂ່າ: ຂ່າເປັນພຶດລະບົບຮາກຝອຍທີ່ອອກຕາມຂ້າງຂອງເຫງົ້າ ຮາກຂຂອງມັນຈະຍາວຂຶ້ນຕາມສະພາບຂອງຄວາມໜາແໜນຂອງດິນ. - ເຫງົ້າ: ຕາມທີ່ຄົນເຮົາເອີ້ນກັນທົ່ວໄປວ່າເຫງົ້າຂອງຂ່າແຕ່ອັນທິ່ຈິງແລ້ວແມ່ນລຳຂອງຂ່າຈະມີລັກສະນະເປັນປ້ອງ, ເປັນຂໍ້, ເຊິ່ງເຮົາສາມາດສັງເກດເຫັນໄດ້ຊັດເຈນເປັນສີນໍ້າຕານອ່ອນ, ເນື້ອໃນສີຂາວ, ລົດຊາດຮຶນ

- ລຳ: ຂ່າເປັນພຶດລົ້ມລຸກ ລໍຳຕົ້ນເປັນເຫງົ້າຢູ່ໃຕ້ດິນ ສ່ວນທີ່ຢູ່ເທິງດິນນັ້ນຈະເປັນພຽງກາບ ຫຼຶ ກ້ານຂອງໃບເທົ່ານັ້ນ ແຕ່ຄົນສ່ວນໃຫຍ່ເອີ້ນວ່າລຳຂອງຂ່າທິ່ສູງປະມານ 1.5-2 ແມັດ. - ໃບ: ເປັນໃບດ່ຽວທີ່ອອກສະຫຼັບກັນສ່ວນປາຍໃບຈະແຫຼມເລັກນ້ອຍຄ້າຍຄຶໃບຫອກ ແລະ ມີເສັ້ນກາບທ່າກາງ ກາບໃບເປັນກາບຫຸ້ມຊອນກັນ ໃບມີຂະໜາດກ້ວາງ 7-9 ຊມ ຍາວ 20-40 ຊມ - ດອກ: ເປັນດອກຊໍ່ອອກທີ່ຍອດ ເປັນດອກຍອຍຂະໜາດນ້ອຍ ກິບດອກສີຂາວອົມມ່ວງແດງ ດອກເປັນຊໍ່ຕິດກັນເປັນຫຼອດສັ້ນໆສ່ວນປາຍຂອງຊໍ່ດອກແຍກກັນເປັນ 3 ກິບ ກິບໃຫຍ່ທິ່ສຸດຄຶກິບທິ່ຢູ່ແຄມທາງນອກຈະມີສີແດງ.

2. ການຂະຫຍາຍພັນ ແລະ ການຈະເລີນເຕັບໂຕ.

- ການຂະຫຍາຍພັນ ເນື່ອງຈາກຂ່າບໍ່ສາມາດຂະຫຍານພັນ ຫຼຶ ແພ່ກະຈາຍຈາກໝາກ ແລະ ດອກໄດ້ ສະນັ້ນການແພ່ພັນຂອງຂ່າແມ່ນເຫງົ້າ ດ້ວຍການຕັດເຫງົ້າ, ປັກຊຳເຫງົ້າຂອງຂ່າໄວ້ຕາມທີ່ຕ້ອງການປູກ.



- ການຈະເລີນເຕິບໂຕ. ການຈະເລີນເຕິບໂຕຂອງຂ່າຈະອອກທາງຂ້າງຮອບຕົວຂອງລຳແມ່(ລໍາຕົ້ນ) ຫຼຶ ເຫງົ້າທີ່ໃຊ້ປູກ ເຫງົ້າຂອງຂ່າຈະມີຂໍ້ ແລະ ຂໍ້ນັ້ນຈະມີຕາ ຫຼຶ ຕຸ່ມແລ້ວແຕກອອກເປັນນໍ່ຈາກນັ້ນກໍ່ເປັນເຫງົ້າອ່ອນ(ຫົວອ່ອນ) ຈາກຫຼາຍນໍ່ທີ່ແຕກອອກກໍ່ກາຍເປັນກໍ ຂ່າຈະເລີນເຕິບໂຕໄດ້ດີໃນລະດູຝົນ ໃນດິນປົນຊາຍ ທີ່ມີສານອິນຊີວັດຖຸຫຼາຍ. ຖິ່ນກຳເນິດຢູ່ອາຊີຕາເວັນອອກສຽງໃຕ້ທີ່ປູກຫຼາຍແມ່ນ: ປະເທດສີລັງກາ, ອິນດູນີເຊຍ, ຟິລິປິນ, ອິນເດຍ, ໄທ ແລະ ສ ປ ປ ລາວ


3. ການປູກຂ່າ. - ຂຸດຂຸມກ້ວາງປະມານ 30 ຊມ ເລືກ ປະມານ 10 ຊມ. - ຈາກນັ້ນນຳເອົາຫົວຂ່າທີ່ກຽມໄວ້ລົງປູກ ແລ້ວຖົມ. - ໄລຍະການປູກ ໄລຍະຫ່ວາງຂຸມ 80-1.00 ຊມ ໄລຍະຫວ່າງແຖວ 1-1.20 ມ 4. ປະໂຫຍດທາງສະມູນໄພ. - ເຫງົ້າອ່ອນ: ຕົ້ມເອົານ້ຳມາດື່ມບັນເທົາທ້ອງອຶດ, ທ້ອງເຟີ້ ແລະ ຂັບລົມ ສ່ວນເຫງົ້າແກ່ໃຊ້ຕຳໃຫ້ມຸ່ນແລ້ວປະສົມກັບເຫຼົ້າຂາວໃຊ້ຮັກສາໂລກພະຍາດຜິວໜັງທີ່ເກີດຈາກເຊື້ອລາເຊັ່ນ: ຂີ້ກາກ, ຂີ້ເກຶ້ອນ ເຫງົ້າມີສານ cineol, methylcinnamate ສາມາດຄັບກິ່ນຄາວຈາກການແຕ່ງກິນ - ໃບຂ່າ: ສາມາດນໍາມາຕົ້ມປະສົມນໍ້າອາບເພຶ່ອຮັກສາໂລກປວດຕາມຂໍ່ເຊັ່ນ: ໂລກຂໍໍ່ຫົວເຂົ່າເຊຶ່ອມ ແລະ ມັກເປັນອາການປວດຂໍ່ຢູ່ເລຶ້ອຍໆ ຈາກການຢຶນເຮັດວຽກ ໃບຂ່າ 1 ກຳມືກັບນໍ້າປະມານ 2 ຂັນໃສ່ໝໍ້ຕົ້ນໃຫ້ຟົດແລ້ວນໍາໄປປະສົມນໍ້າໃຫ້ພໍດີອາບປະມານ 2-3 ວັນກໍ່ເຮັດໃຫ້ດີຂື້ນ.

I. ຂ່າ. ຊຶ່ວິທະຍາສາດ: Alpinia nigra (Gaertn.) Burtt ວົງ: Zingiberaceae ຊຶ່ສາມັນ: Ginger ຊຶ່ຕາມທ້ອງຖິ່ນ: ຂ່າຕົ້ນ, ຂ່າຫລວງ, ຂ່າຫຍວກ.

1. ລັກສະນະຂອງຂ່າ.

- ຮາກຂ່າ: ຂ່າເປັນພຶດລະບົບຮາກຝອຍທີ່ອອກຕາມຂ້າງຂອງເຫງົ້າ ຮາກຂຂອງມັນຈະຍາວຂຶ້ນຕາມສະພາບຂອງຄວາມໜາແໜນຂອງດິນ. - ເຫງົ້າ: ຕາມທີ່ຄົນເຮົາເອີ້ນກັນທົ່ວໄປວ່າເຫງົ້າຂອງຂ່າແຕ່ອັນທິ່ຈິງແລ້ວແມ່ນລຳຂອງຂ່າຈະມີລັກສະນະເປັນປ້ອງ, ເປັນຂໍ້, ເຊິ່ງເຮົາສາມາດສັງເກດເຫັນໄດ້ຊັດເຈນເປັນສີນໍ້າຕານອ່ອນ, ເນື້ອໃນສີຂາວ, ລົດຊາດຮຶນ - ລຳ: ຂ່າເປັນພຶດລົ້ມລຸກ ລໍຳຕົ້ນເປັນເຫງົ້າຢູ່ໃຕ້ດິນ ສ່ວນທີ່ຢູ່ເທິງດິນນັ້ນຈະເປັນພຽງກາບ ຫຼຶ ກ້ານຂອງໃບເທົ່ານັ້ນ ແຕ່ຄົນສ່ວນໃຫຍ່ເອີ້ນວ່າລຳຂອງຂ່າທິ່ສູງປະມານ 1.5-2 ແມັດ. - ໃບ: ເປັນໃບດ່ຽວທີ່ອອກສະຫຼັບກັນສ່ວນປາຍໃບຈະແຫຼມເລັກນ້ອຍຄ້າຍຄຶໃບຫອກ ແລະ ມີເສັ້ນກາບທ່າກາງ ກາບໃບເປັນກາບຫຸ້ມຊອນກັນ ໃບມີຂະໜາດກ້ວາງ 7-9 ຊມ ຍາວ 20-40 ຊມ - ດອກ: ເປັນດອກຊໍ່ອອກທີ່ຍອດ ເປັນດອກຍອຍຂະໜາດນ້ອຍ ກິບດອກສີຂາວອົມມ່ວງແດງ ດອກເປັນຊໍ່ຕິດກັນເປັນຫຼອດສັ້ນໆສ່ວນປາຍຂອງຊໍ່ດອກແຍກກັນເປັນ 3 ກິບ ກິບໃຫຍ່ທິ່ສຸດຄຶກິບທິ່ຢູ່ແຄມທາງນອກຈະມີສີແດງ. 2. ການຂະຫຍາຍພັນ ແລະ ການຈະເລີນເຕັບໂຕ. - ການຂະຫຍາຍພັນ ເນື່ອງຈາກຂ່າບໍ່ສາມາດຂະຫຍານພັນ ຫຼຶ ແພ່ກະຈາຍຈາກໝາກ ແລະ ດອກໄດ້ ສະນັ້ນການແພ່ພັນຂອງຂ່າແມ່ນເຫງົ້າ ດ້ວຍການຕັດເຫງົ້າ, ປັກຊຳເຫງົ້າຂອງຂ່າໄວ້ຕາມທີ່ຕ້ອງການປູກ. - ການຈະເລີນເຕິບໂຕ. ການຈະເລີນເຕິບໂຕຂອງຂ່າຈະອອກທາງຂ້າງຮອບຕົວຂອງລຳແມ່(ລໍາຕົ້ນ) ຫຼຶ ເຫງົ້າທີ່ໃຊ້ປູກ ເຫງົ້າຂອງຂ່າຈະມີຂໍ້ ແລະ ຂໍ້ນັ້ນຈະມີຕາ ຫຼຶ ຕຸ່ມແລ້ວແຕກອອກເປັນນໍ່ຈາກນັ້ນກໍ່ເປັນເຫງົ້າອ່ອນ(ຫົວອ່ອນ) ຈາກຫຼາຍນໍ່ທີ່ແຕກອອກກໍ່ກາຍເປັນກໍ ຂ່າຈະເລີນເຕິບໂຕໄດ້ດີໃນລະດູຝົນ ໃນດິນປົນຊາຍ ທີ່ມີສານອິນຊີວັດຖຸຫຼາຍ. ຖິ່ນກຳເນິດຢູ່ອາຊີຕາເວັນອອກສຽງໃຕ້ທີ່ປູກຫຼາຍແມ່ນ: ປະເທດສີລັງກາ, ອິນດູນີເຊຍ, ຟິລິປິນ, ອິນເດຍ, ໄທ ແລະ ສ ປ ປ ລາວ 3. ການປູກຂ່າ. - ຂຸດຂຸມກ້ວາງປະມານ 30 ຊມ ເລືກ ປະມານ 10 ຊມ. - ຈາກນັ້ນນຳເອົາຫົວຂ່າທີ່ກຽມໄວ້ລົງປູກ ແລ້ວຖົມ. - ໄລຍະການປູກ ໄລຍະຫ່ວາງຂຸມ 80-1.00 ຊມ ໄລຍະຫວ່າງແຖວ 1-1.20 ມ 4.ປະໂຫຍດທາງສະມູນໄພ. - ເຫງົ້າອ່ອນ: ຕົ້ມເອົານ້ຳມາດື່ມບັນເທົາທ້ອງອຶດ, ທ້ອງເຟີ້ ແລະ ຂັບລົມ ສ່ວນເຫງົ້າແກ່ໃຊ້ຕຳໃຫ້ມຸ່ນແລ້ວປະສົມກັບເຫຼົ້າຂາວໃຊ້ຮັກສາໂລກພະຍາດຜິວໜັງທີ່ເກີດຈາກເຊື້ອລາເຊັ່ນ: ຂີ້ກາກ, ຂີ້ເກຶ້ອນ ເຫງົ້າມີສານ cineol, methylcinnamate ສາມາດຄັບກິ່ນຄາວຈາກການແຕ່ງກິນ - ໃບຂ່າ: ສາມາດນໍາມາຕົ້ມປະສົມນໍ້າອາບເພຶ່ອຮັກສາໂລກປວດຕາມຂໍ່ເຊັ່ນ: ໂລກຂໍໍ່ຫົວເຂົ່າເຊຶ່ອມ ແລະ ມັກເປັນອາການປວດຂໍ່ຢູ່ເລຶ້ອຍໆ ຈາກການຢຶນເຮັດວຽກ ໃບຂ່າ 1 ກຳມືກັບນໍ້າປະມານ 2 ຂັນໃສ່ໝໍ້ຕົ້ນໃຫ້ຟົດແລ້ວນໍາໄປປະສົມນໍ້າໃຫ້ພໍດີອາບປະມານ 2-3 ວັນກໍ່ເຮັດໃຫ້ດີຂື້ນ.

ຂຽນໂດຍ ທ ບຸນໄດ້ ເມືອງມາລາ ຄະນະວິທະຍາສາດສິ່ງແວດລ້ອມ

I. ຂ່າ. ຊຶ່ວິທະຍາສາດ: Alpinia nigra (Gaertn.) Burtt ວົງ: Zingiberaceae ຊຶ່ສາມັນ: Ginger ຊຶ່ຕາມທ້ອງຖິ່ນ: ຂ່າຕົ້ນ, ຂ່າຫລວງ, ຂ່າຫຍວກ.

1. ລັກສະນະຂອງຂ່າ.

- ຮາກຂ່າ: ຂ່າເປັນພຶດລະບົບຮາກຝອຍທີ່ອອກຕາມຂ້າງຂອງເຫງົ້າ ຮາກຂຂອງມັນຈະຍາວຂຶ້ນຕາມສະພາບຂອງຄວາມໜາແໜນຂອງດິນ. - ເຫງົ້າ: ຕາມທີ່ຄົນເຮົາເອີ້ນກັນທົ່ວໄປວ່າເຫງົ້າຂອງຂ່າແຕ່ອັນທິ່ຈິງແລ້ວແມ່ນລຳຂອງຂ່າຈະມີລັກສະນະເປັນປ້ອງ, ເປັນຂໍ້, ເຊິ່ງເຮົາສາມາດສັງເກດເຫັນໄດ້ຊັດເຈນເປັນສີນໍ້າຕານອ່ອນ, ເນື້ອໃນສີຂາວ, ລົດຊາດຮຶນ - ລຳ: ຂ່າເປັນພຶດລົ້ມລຸກ ລໍຳຕົ້ນເປັນເຫງົ້າຢູ່ໃຕ້ດິນ ສ່ວນທີ່ຢູ່ເທິງດິນນັ້ນຈະເປັນພຽງກາບ ຫຼຶ ກ້ານຂອງໃບເທົ່ານັ້ນ ແຕ່ຄົນສ່ວນໃຫຍ່ເອີ້ນວ່າລຳຂອງຂ່າທິ່ສູງປະມານ 1.5-2 ແມັດ.ການຮຽນ - ໃບ: ເປັນໃບດ່ຽວທີ່ອອກສະຫຼັບກັນສ່ວນປາຍໃບຈະແຫຼມເລັກນ້ອຍຄ້າຍຄຶໃບຫອກ ແລະ ມີເສັ້ນກາບທ່າກາງ ກາບໃບເປັນກາບຫຸ້ມຊອນກັນ ໃບມີຂະໜາດກ້ວາງ 7-9 ຊມ ຍາວ 20-40 ຊມ - ດອກ: ເປັນດອກຊໍ່ອອກທີ່ຍອດ ເປັນດອກຍອຍຂະໜາດນ້ອຍ ກິບດອກສີຂາວອົມມ່ວງແດງ ດອກເປັນຊໍ່ຕິດກັນເປັນຫຼອດສັ້ນໆສ່ວນປາຍຂອງຊໍ່ດອກແຍກກັນເປັນ 3 ກິບ ກິບໃຫຍ່ທິ່ສຸດຄຶກິບທິ່ຢູ່ແຄມທາງນອກຈະມີສີແດງ. 2. ການຂະຫຍາຍພັນ ແລະ ການຈະເລີນເຕັບໂຕ. - ການຂະຫຍາຍພັນ ເນື່ອງຈາກຂ່າບໍ່ສາມາດຂະຫຍານພັນ ຫຼຶ ແພ່ກະຈາຍຈາກໝາກ ແລະ ດອກໄດ້ ສະນັ້ນການແພ່ພັນຂອງຂ່າແມ່ນເຫງົ້າ ດ້ວຍການຕັດເຫງົ້າ, ປັກຊຳເຫງົ້າຂອງຂ່າໄວ້ຕາມທີ່ຕ້ອງການປູກ. - ການຈະເລີນເຕິບໂຕ. ການຈະເລີນເຕິບໂຕຂອງຂ່າຈະອອກທາງຂ້າງຮອບຕົວຂອງລຳແມ່(ລໍາຕົ້ນ) ຫຼຶ ເຫງົ້າທີ່ໃຊ້ປູກ ເຫງົ້າຂອງຂ່າຈະມີຂໍ້ ແລະ ຂໍ້ນັ້ນຈະມີຕາ ຫຼຶ ຕຸ່ມແລ້ວແຕກອອກເປັນນໍ່ຈາກນັ້ນກໍ່ເປັນເຫງົ້າອ່ອນ(ຫົວອ່ອນ) ຈາກຫຼາຍນໍ່ທີ່ແຕກອອກກໍ່ກາຍເປັນກໍ ຂ່າຈະເລີນເຕິບໂຕໄດ້ດີໃນລະດູຝົນ ໃນດິນປົນຊາຍ ທີ່ມີສານອິນຊີວັດຖຸຫຼາຍ. ຖິ່ນກຳເນິດຢູ່ອາຊີຕາເວັນອອກສຽງໃຕ້ທີ່ປູກຫຼາຍແມ່ນ: ປະເທດສີລັງກາ, ອິນດູນີເຊຍ, ຟິລິປິນ, ອິນເດຍ, ໄທ ແລະ ສ ປ ປ ລາວ 3. ການປູກຂ່າ. - ຂຸດຂຸມກ້ວາງປະມານ 30 ຊມ ເລືກ ປະມານ 10 ຊມ. - ຈາກນັ້ນນຳເອົາຫົວຂ່າທີ່ກຽມໄວ້ລົງປູກ ແລ້ວຖົມ. - ໄລຍະການປູກ ໄລຍະຫ່ວາງຂຸມ 80-1.00 ຊມ ໄລຍະຫວ່າງແຖວ 1-1.20 ມ 4.ປະໂຫຍດທາງສະມູນໄພ. - ເຫງົ້າອ່ອນ: ຕົ້ມເອົານ້ຳມາດື່ມບັນເທົາທ້ອງອຶດ, ທ້ອງເຟີ້ ແລະ ຂັບລົມ ສ່ວນເຫງົ້າແກ່ໃຊ້ຕຳໃຫ້ມຸ່ນແລ້ວປະສົມກັບເຫຼົ້າຂາວໃຊ້ຮັກສາໂລກພະຍາດຜິວໜັງທີ່ເກີດຈາກເຊື້ອລາເຊັ່ນ: ຂີ້ກາກ, ຂີ້ເກຶ້ອນ ເຫງົ້າມີສານ cineol, methylcinnamate ສາມາດຄັບກິ່ນຄາວຈາກການແຕ່ງກິນ - ໃບຂ່າ: ສາມາດນໍາມາຕົ້ມປະສົມນໍ້າອາບເພຶ່ອຮັກສາໂລກປວດຕາມຂໍ່ເຊັ່ນ: ໂລກຂໍໍ່ຫົວເຂົ່າເຊຶ່ອມ ແລະ ມັກເປັນອາການປວດຂໍ່ຢູ່ເລຶ້ອຍໆ ຈາກການຢຶນເຮັດວຽກ ໃບຂ່າ 1 ກຳມືກັບນໍ້າປະມານ 2 ຂັນໃສ່ໝໍ້ຕົ້ນໃຫ້ຟົດແລ້ວນໍາໄປປະສົມນໍ້າໃຫ້ພໍດີອາບປະມານ 2-3 ວັນກໍ່ເຮັດໃຫ້ດີຂື້ນ.

ຂຽນໂດຍ ທ ບຸນໄດ້ ເມືອງມາລາ ຄະນະວິທະຍາສາດສິ່ງແວດລ້ອມ

ອອກສຽງ[ແກ້ໄຂ]

  • (ກະລຸນາຊ່ອຍຂຽນການອອກສຽງ)

ເຄົ້າ[ແກ້ໄຂ]

  • (ກະລຸນາຊ່ອຍຂຽນເຄົ້າ)